客服
IPhone 13
IPhone 13สี
แรม
128G
256G
₭ 12,000,000.00~13,180,000.00
₭0.00
20 5111 7878
การรับประกันสินค้า
ຂອງຂວັນ
ຮັບປະກັນ
รายละเอียดสินค้า
แผนการผ่อนชําระ
ຄໍາແນະນໍາການເຊົ່າ
ຄໍາຖາມທີ່ນິຍົມ


ກໍາໜົດວັນເລີ້ຕົ້ນ                           ກໍາໜົດວັນເລີ້ມຕົ້ນ

2025.06                                     2026.03


ໝາຍເຫດ: ວັນທີເລີ້ມຕົ້ນແລະສິ້ນສຸດການເຊົ່າ ລະບົບຈະແຈ້ງໄລຍະເວລາການເຊົ່າຫຼັງຈາກຢືນຢັນການຮັບສິນຄ້າ ແລະ ສາມາດຄືນສິນຄ້າໄດ້ກ່ອນ12ໂມງສວຍຂອງມື້ຖັດໄປ


ຈ່າຍຄ່າເຊົ່າງວດແລກ                      ₭ 12,000,000

————————————————————

ໄລຍະເວລາເຊົ່າຄົງເຫຼືອ                     ₭ 750,000 * 11ເດືອນ

ຄ່າເຊົ່າທັງໝົດ                               ₭ 3,750,000

ຊ່ອງທາງການສົ່ງສິນຄ້າ                     ເຂົ້າມາຮັບສິນຄ້າກັບທາ

                                                          ງຮ້ານດ້ວຍຕົວເອງ







ກໍາໜົດວັນເລີ້ຕົ້ນ                           ກໍາໜົດວັນເລີ້ມຕົ້ນ

2025.06                                     2026.03


ໝາຍເຫດ: ວັນທີເລີ້ມຕົ້ນແລະສິ້ນສຸດການເຊົ່າ ລະບົບຈະແຈ້ງໄລຍະເວລາການເຊົ່າຫຼັງຈາກຢືນຢັນການຮັບສິນຄ້າ ແລະ ສາມາດຄືນສິນຄ້າໄດ້ກ່ອນ12ໂມງສວຍຂອງມື້ຖັດໄປ


ຈ່າຍຄ່າເຊົ່າງວດແລກ                   ₭ 13,180,000

————————————————————

ໄລຍະເວລາເຊົ່າຄົງເຫຼືອ                  ₭ 880,000 * 11ເດືອນ

ຄ່າເຊົ່າທັງໝົດ                            ₭ 3,500,000

ຊ່ອງທາງການສົ່ງສິນຄ້າ                  ເຂົ້າມາຮັບສິນຄ້າກັບທາ

                                                       ງຮ້ານດ້ວຍຕົວເອງ




ຄໍາແນະນໍາການເຊົ່າ
01. ຂັ້ນຕອນການເຊົ່າ
1. ເລືອກສິນຄ້າ/ ຢືນຢັນແພ໋ກເກັດ
2. ຕື່ມຂໍ້ມູນສ່ວນຕົວ/ກວດເບິ່ງຄຳສັ່ງຊື້
3. ເຂົ້າມາເຊັ່ນສັນຍາກັບທາງຮ້ານ/ ຮັບເອົາໂທລະສັບ
4. ການເຊົ່າ/ຈ່າຍຄ່າເຊົ່າແຕ່ລະເດືອນ
5. ສັນຍາສຳເລັດ/ປຽນເຄື່ອງໃໝ່
02 .ານກວດສອບ:
ກະລຸນາລໍຖ້າ ຫຼັງຈາກການຄໍາສັ່ງສໍາເລັດຜູ້ໃຫ້ບໍລິການຈະແຈ້ງກັບລູກຄ້າພາຍໃນ 48 ຊົ່ວໂມງ ຜ່ານທາງເບີໂທລະສັບ, ຂໍ້ຄວາມ, ແອັບສົນທະນາ, ແລະອື່ນໆ. ຖ້າການກວດສອບລົ້ມເຫລວ ຄໍາສັ່ງຈະຖືກປິດລົງ ຜົນຂອງການກວດສອບຈະຖືກແຈ້ງໃຫ້ລູກຄ້າຮູ້ທັນເວລາ .ກະລຸນາເປີດໂທລະສັບຂອງທ່ານໃວ້
03. ການຄິດໄລ່ໄລຍະເວລາເຊົ່າ:
ໄລຍະເວລາເຊົ່າແມ່ນນັບຈາກຜູ້ໃຊ້ລົງທະບຽນເພື່ອຮັບໂທລະສັບມືຖື. ກ່ຽວກັບວັນທີ່ຈະຈ່າຍຄືນ: ຄ່າເຊົ່າຊຸດທຳອິດແມ່ນຈ່າຍຢູ່ບ່ອນໃນວັນເຊັນສັນຍາ, ສ່ວນຄ່າເຊົ່າທີ່ຍັງເຫຼືອແມ່ນຫັກເປັນລາຍເດືອນນັບແຕ່ເດືອນທີ 2 ຂອງວັນເຊັນສັນຍາເຊົ່າ.
04. ແຜນຫຼັງການເຊົ່າ
1. ຊໍາລະກ່ອນກຳນົດ: ຫຼັງຈາກຊໍາລະລ່ວງໜ້າຕາມລາຄາໃນສັນຍາແລ້ວ, ສັນຍາເຊົ່າສາມາດສິນສຸດກອນກຳໜົດ ອຸປະກອນຫຼືສິນຄ້ານັ້ນຈະເປັນຂອງລູກຄ້າທັນທີ.
2. ການຊໍາລະປົກກະຕິ: ຫຼັງຈາກໄລຍະເວລາການບໍລິການຂອງສັນຍາເຊົ່າຫມົດອາຍຸ, ຈ່າຍຄ່າທຳນຽມທັງໝົດ (ຄ່າເຊົ່າ, ຄ່າເສຍຫາຍທີ່ຄ້າງຊໍາລະແລະ ອື່ນໆ) ແມ່ນຈ່າຍເຕັມຕາມທີ່ໄດ້ຕົກລົງໃນສັນຍາ, ອຸປະກອນຫຼືສິນຄ້ານັ້ນຈະເປັນຂອງລູກຄ້າທັນທີ.
3. ຮັບເທີນເຄື່ອງເກົ່າຄື່ນ: ສົ່ງຄືນອຸປະກອນ - ຮັບການປະເມີນລາຄາຢູ່ແພ໋ດຟອມ - ຫັກອອກຕາມການປະເມີນມູນຄ່າ - ເຊັນສັນຍາຮັບອຸປະກອນໃໝ່.
05 ຂັ້ນຕອນການປ່ຽນຫຼືຄືນສິນຄ້າ
1. ຂັ້ນຕອນການປ່ຽນ: ໃນໄລຍະການເຊົ່າ ຖ້າອຸປະກອນມີບັນຫາຈາກໂຕເຄື່ອງ ທ່ານສາມາດຕິດຕໍ່ຜູ້ໃຫ້ບໍລິການເພື່ອພິຈາລະນາປ່ຽນເຄື່ອງໃໝ່ໃນຂອບເຂດ ເວລາການ ຮັບປະກັນ
2. ຂັ້ນຕອນການຄືນ: ໃນໄລຍະເວລາການເຊົ່າທ່ານສາມາດຕິດຕໍ່ຝ່າຍບໍລິການລູກຄ້າເພື່ອສະຫມັກຂໍສົ່ງຄືນສິນຄ້າໄດ້ທຸກເວລາ ຫຼັງຈາກເຊັນຮັບອຸປະກອນ, ຝ່າຍບໍລິການຈະປະເມີນອຸປະກອນແລະຄືນເງິນຄ່າເຊົ່າທີ່ຍັງເຫຼືອຫຼັງຈາກຫັກຈໍານວນເງິນທີ່ກ່ຽວຂ້ອງແລ້ວ.
06.ການຮັບຜິດຊອບຕໍ່ການລະເມີດສັນຍາ
ກະລຸນາອ່ານເນື້ອໃນສັນຍາທີ່ກ່ຽວຂ້ອງໃນຄໍາສັ່ງໃຫ້ເຊົ່າຢ່າງລະອຽດຫຼັງຈາກ ຢືນຢັນຖືວ່າທ່ານຕົກລົງເຫັນດີກຽວກັບເນື້ອໃນໃນສັນຍາຄໍາສັ່ງຈະມີຜົນຕາມກົດຫມາຍຫຼັງຈາກໃດຮັບຄໍາສັ່ງຢືນຢັນ ການປະຕິບັດສັນຍາຖ້າຫາກວ່າທ່ານລະເມີດສັນຍາ ທ່ານຈະຖືກດໍາເນີນຄະດີຕາມກົດຫມາຍ
ຝ່າຍຜິດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ (ຂະຫຍາຍລາຍລະອຽດເພີ້ມຕື່ມດັ່ງນີ້)
1. ຖ້າຫາກບໍ່ຈ່າຍຄ່າເຊົ່າເຕັມຈຳນວນຫຼືພາຍໃນເວລາທີກຳໜົດ ແພ໋ດຟອມມີສິດທີ່ຈະປະກາດໝົດກຳນົດຫຼືສິນສຸດການເຊົ່າແຕ່ພຽງຝ່າຍດຽວ ຖ້າສິນຄ້າທີ່ເຊົ່າບໍ່ຖືກສົ່ງຄືນພາຍໃນ 15 ວັນຫຼັງຈາກໄດ້ຮັບແຈ້ງການສິນສຸດການເຊົ່າ, ຈະຕ້ອງຊຳລະເງິນຊື້ອຸປະກອນແລະ ຄ່າທໍານຽມທີ່ຄ້າງຈ່າຍທັງໝົດ .ຈຳນວນເງິນທີ່ຕ້ອງຊຳລະແມ່ນ= ລາຄາຕາມໃນສັນຍາເຊົ່າ ແລະ ຄ່າເຊົ່າຕົວຈິງທີ່ຊຳລະໄປແລ້ວ.
2. ຫຼັງຈາກສຳເລັດຄຳສັ່ງການເຊົ່າ ທ່ານຕ້ອງປະຕິບັດສັນຍາຢ່າງຊື່ສັດ ຖ້າບໍ່ດັ່ງນັ້ນ ຖ້າທ່ານລະເມີດສັນຍາເຊັ່ນການຊໍາລະຄ່າເຊົ່າຫຼ້າຊ້າ, ແພ໋ດຟອມສາມາດປັບໃໝ່ຄ່າທໍານຽມທີ່ເກີດຂຶ້ນ. ອະທິບາຍການຊຳລະຄ່າທຳນຽມທີ່ຈະຖືກປັບໃໝ:ຖ້າຫາກເກີນກຳນົດການຊຳລະ ຫຼື ການຊຳລະຫຼ້າຊ້າແມ່ນຄິດໄລ່ຈາກມື້ທີ່ຄ້າງຊຳລະ ໄປຈົນຮ້ອດມື້ທີ່ຊຳລະຕົວຈິງ ຄ່າທຳນຽມແມ່ນ = 30000kip × ຈຳນວນມື້ທີ່ຄ້າງຈ່າຍ
3. ຂໍ້ຂັດແຍ່ງໃດໆທີ່ເກີດຂຶ້ນໃນລະຫວ່າງຂະບວນການປະຕິບັດຕ້ອງໄດ້ຮັບການແກ້ໄຂໂດຍການເຈລະຈາທີ່ເປັນມິດ ລະຫວ່າງທັງສອງຝ່າຍ ຖ້າຂໍ້ຂັດແຍ້ງບໍ່ສາມາດແກ້ໄຂໄດ້ພາຍຫຼັງການເຈລະຈາ, ທັງສອງຝ່າຍຕົກລົງທີ່ຈະຍື່ນຕໍ່ສານທີ່ມີສິດອໍານາດໃນການຕັດສິນໃນຂົງເຂດທີ່ແພ໋ດຟອມອາໄສຢູ່.

1、ການວາງເງິນດາວແມ່ນຫຍັງ?
ເນື່ອງຈາກວ່າແພ໋ດຟອມດັ່ງກ່າວບໍ່ຈໍາເປັນຕ້ອງມີຫຼັກຊັບຄໍ້າປະກັນ, ຈໍານວນການວາງເງິນດາວແມ່ນຄິດໄລ່ເປັນ 25% ຂອງລາຄາສັນຍາ. ຖ້າທ່ານມີຫລັກຊັບຄຳ້ປະກັນພຽງພໍ, ທ່ານສາມາດສະຫມັກຂໍວາງດາວ 0% ກັບທາງແພ໋ດຟອມເພື່ອເຊັນສັນຍາໄດ້.
2、ວິທີການຊຳລະຄ່າເຊົ່າ?
ການວາງເງິນດາວແມ່ນຈະຊຳລະຢູ່ສະຖານທີ່ເຊັນສັນຍາ. ໃນໄລຍະເວລາການເຊົ່າ ຈະຕ້ອງໃຊ້ລະຫັດ QR ສະເພາະຂອງທາງແພ໋ດຟອມເພື່ອການຊໍາລະເງິນຄ່າເຊົ່າ, ກະລຸນາຈົດບັນທຶກບີໂທລະສັບຂອງທ່ານໃນເວລາທີຊໍາລະເງິນ, ຖ້າບໍ່ດັ່ງນັ້ນການຊໍາລະເງິນຄືນອາດຈະລົ້ມເຫລວ.
3、ຈະເກີດຫຍັງຂຶ້ນຖ້າຈ່າຍເງິນຊ້າ?
ແພ໋ດຟອມຈະສົ່ງແຈ້ງເຕືອນການຊໍາລະລ່ວງໜ້າທາງໂທລະສັບ, ຂໍ້ຄວາມຫຼື appຂອງບຸກຄົນທີ3 ໃນວັນທີທີຕ້ອງຊໍາລະເງິນ, ກະລຸນາຊໍາລະເງິນຄືນໃນມື້ທີ່ທ່ານໄດ້ຮັບແຈ້ງການໃຫ້ສຳເລັດ. ຖ້າບໍ່ດັ່ງນັ້ນ ລະບົບແພ໋ດຟອມຈະເຂົ້າສູຂະບວນການເລີມປັບໃໝຄ່າທຳນຽມ
4、 ການຄິດໄລ່ຄ່າທຳນຽມທີ່ຄ້າງຊໍາລະ?
ຄ່າບໍລິການເກີນກຳນົດແມ່ນຄິດໄລ່ຈາກມື້ທີ່ເກີນກຳນົດໄປຈົນເຖິງວັນທີ່ຊຳລະຕົວຈິງ ຄ່າທໍານຽມເກີນກຳນົດ = 30,000 ກີບ × ຈຳນວນມື້ທີ່ຄ້າງຈ່າຍ.
5、ລູກຄ້າທີ່ມີອາຍຸ 18 ປີຂຶ້ນໄປ ແລະ ອາຍຸຕ່ໍາກວ່າ 55
ລູກຄ້າທີ່ມີອາຍຸ 18 ປີຂຶ້ນໄປ ແລະ ອາຍຸຕ່ໍາກວ່າ 55 ປີລົງມາເທົ່ານັ້ນທີ່ສາມາດໃຊ້ບໍລິການເຊົ່າໂທລະສັບກັບທາງແພ໋ດຟອມພວກເຮົາໄດ້,ສວນລູກຄ້າທີ່ມີອາຍຸຕຳ່ກວ່າ18ປີ ຕ້ອງໃດ້ຮັບການອານຸຍາດ ຫຼື ຄຳ້ປະກັັນຈາກຜູ້ປົກຄອງໃນການເຮັດສັນຍາເຊົ່າ
6、 ຖ້າອຸປະກອນເກີດຄວາມຜິດພາດຕ້ອງເຮັດແບບໃດ?
ໃນລະຫວ່າງໄລຍະເວລາການເຊົ່າ, ຖ້າຫາກອຸປະກອນມີບັນຫາມີ, ທ່ານສາມາດຕິດຕໍ່ຜູ້ໃຫ້ບໍລິການທາງແພ໋ດຟອມຂອງພວກເຮົາໄດ້ທຸກເວລາ ພວກເຮົາຈະມີຜູ້ຊຽວຊານທີ່ມືອາຊີບເພື່ອຊ່ວຍທ່ານແກ້ໄຂບັນຫາ.
7、ໃຜຮັບຜິດຊອບຄ່າສ້ອມແປງ?
ແພ໋ດຟອມພວກເຮົາຮັບປະກັນໃຫ້ 30 ມື້ສໍາລັບອຸປະກອນ. ຖ້າອຸປະກອນມີບັນຫາຈາກການໃຊ້ງານຫຼືຕົກເຮຍເສຍຫາຍເອງ ຫຼັງຈາກໄລຍະເວລາຮັບປະກັນ, ແພ໋ດຟອມພວກເຮົາມີບໍລິການສ້ອມແປງຫຼືປຽ່ນອາໄຫຼອຸປະກອນທີ່ເສຍຫາຍຈາກການນໍາໃຊ້ຂອງລູກຄ້າເອງໃຫ້ ສ່ວນຄ່າໃຊ້ຈ່າຍຫຼືຄ່າບໍລິການສ້ອມແປງ ແມ່ນລູກຄ້າເປັນຄົນຮັບຜິດຊ້ອບຊຳລະຕາມລາຄາມາດຕະຖານຂອງການຊ້ອມແປງ.